ປະຊາຊົນອິດສະຣາແອນ ຈັດການປະທ້ວງ ເພື່ອຮຽກຮ້ອງໃຫ້ບັນລຸການຢຸດຍິງ
ຂ່າວສານຊີເອັມຈີຂອງຈີນ ລາຍງານໃຫ້ຮູ້ໃນວັນທີ 23 ມິຖຸນາ 2024 ນີ້ວ່າ: ວັນທີ 22 ມິຖຸນາ ທີ່ຜ່ານມາ, ຢູ່ນະຄອນເທລາວິຟ-ຢາໂຟ ຂອງ
ອິດສະຣາແອນ, ມີປະຊາຊົນຈຳນວນຫຼວງຫຼາຍ ໄດ້ຈັດການໂຮມຊຸມນຸມປະທ້ວງ ເພື່ອສະແດງຄວາມບໍ່ພໍໃຈຕໍ່ລັດຖະບານອິດສະຣາແອນ ໂດຍຮຽກ
ຮ້ອງໃຫ້ລັດຖະບານອິດສະຣາແອນ ບັນລຸການຢຸດຍິງໃນທັນທີ ແລະ ປ່ອຍຕົວຜູ້ຖືກກັກຂັງໃຫ້ກັບຄືນສູ່ບ້ານເມືອງຂອງເຂົາເຈົ້າໂດຍໄວ.
ນອກນີ້, ໃນການປະທ້ວງ, ປະຊາຊົນຍັງໄດ້ຮຽກຮ້ອງໃຫ້ລັດຖະບານ ຈົ່ງຈັດການເລືອກຕັ້ງກ່ອນເວລາທີ່ກຳນົດ. ໃນມື້ດຽວກັນ, ໄດ້ເກີດການ
ປະທະກັນລະຫວ່າງຜູ້ປະທ້ວງກັບເຈົ້າໜ້າທີ່ຕຳຫຼວດອິດສະຣາແອນ.
ຕໍ່ມາ, ເຈົ້າໜ້າທີ່ຕຳຫຼວດ ອິດສະຣາແອນ ໄດ້ຂັບໄລ່ສະຫຼາຍກຸ່ມຜູ້ປະທ້ວງ ແລະ ກັກຂັງຜູ້ປະທ້ວງອີກ 3 ຄົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/06/2024